ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນອະດີດການນໍາອາວຸໂສຂັ້ນສູງ


     ໃນວັນທີ 22 ມັງກອນ 2024 ນີ້, ເພື່ອສະແດງຄວາມຮູ້ບຸນຄຸນ ອະດີດພະນັກງານການນໍາປະຕິວັດ ອາວຸໂສຂັ້ນສູງ ຄະນະນໍາກະຊວງ
ປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ
ຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ
ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 75 ປີ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າຄະນະນໍາກະຊວງ ປ້ອງກັນປະເທດ, ນາຍ ແລະ ພົນທະຫານ ທົ່ວ
ກອງທັບ ກ່າວຄຳອວຍພອນແດ່ທ່ານຜູ້ນຳອາວຸໂສຂັ້ນສູງ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ, ພ້ອມທັງສືບຕໍ່ໃຫ້ທິດຊີ້ນຳລັດຖະບານ
ກໍຄື ກອງທັບປະຊາຊົນລາວ ໃຫ້ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ໃນວັນດຽວກັນນີ້, ທ່ານ ສາຍໃຈ ກົມມະສິດ ກໍາ
ມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ກໍໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍ
ພອນ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ອ່ອນສີ ແສນສຸກ ອະດີດຮອງ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕິ ຄໍາສີ ວົງຄໍາຊາວ ອະດີດຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.

     ໃນໂອກາດທີ່ມີຄວາມສໍາຄັນນີ້, ບັນດາອະດີດການນໍາອາວຸໂສຂັ້ນສູງ ກໍໄດ້ກ່າວຄໍາຂອບໃຈ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ທີ່ມາ
ອວຍພອນໃນຄັ້ງນີ້, ພ້ອມທັງແນະນໍາໃຫ້ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສຳເລັດຕາມທີ່ພັກ-ລັດ ແລະ ປະຊາຊົນມອບ
ໝາຍໃຫ້, ສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອພາລະກິດປະຕິວັດຂອງກອງທັບ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ກອງທັບ
ໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/01/2024